ໄຂຄວາມລັບສະໝອງເງິນລ້ານ
"ໄຂຄວາມລັບສະໝອງເງິນລ້ານ"
ຫົວຂໍ້ນີ້ເປັນທີ່ສົນໃຈຂອງຄົນທົ່ວໂລກເຊິ່ງເປັນຊື່ຂອງໜັງສືທີ່ຂຽນໂດຍ:T.Harv Ekerເຊິ່ງເວົ້າເຖິງວິທີການການໄຂຄວາມລັບໃນສະໝອງຂອງຄົນເພື່ອກ້າວສູ່ຄວາມປະສົບຜົນສຳເລັດແລະປົດປ່ອຍຄວາມຈົນອອກຈາກຕົວຢ່າງຖາວອນໜັງສືເຫຼັ້ມນີ້ເວົ້າເຖິງແຜນຜັງການເງິນທີ່ຢູ່ໃນສ່ວນເລິກຂອງຈິດໃຕ້ສຳນຶກ ຜູ້ອ່ານຈະໄດ້ຮຽນຮູ້ກ່ຽວກັບແຜນຜັງການເງິນຂອງຕົວຜູ້ອ່ານເອຈະເຂົ້າໃຈວິທີການປັບປ່ຽນແຜນຜັງການເງິນຂອງຕົວເອງຖ້າຫາກວ່າແຜນຜັງນັ້ນເປັນແຜນຜັງດ້ານລົບ.ເຊິ່ງຄວາມລັບຂອງຄວາມສຳເລັດນັ້ນຫຼາຍຄົນອາດຄິດວ່າຂຶ້ນກັບຄວາມຮູ້ ຄວາມສາມາດຄວາມດຸຫມັ້ນການສຶກສາສະຕິປັນຍາແຕ່ຄຳຕອບບໍ່ແມ່ນຈັກຢ່າງໃນໜັງສືເຜີຍວ່າໃນສະໝອງຄົນເຮົາມີ"ແຜນຜັງການເງິນທິ່ເປັນຕົວເກັບຂໍ້ມູນເລື່ອງເງິນຄຳໄວ້ສ່ວນຂໍ້ມູນເຫຼົ່ານີ້ຈະຖືກເກັບເອົາໄວ້ໃນສ່ວນເລິກທີ່ສຸດ ຂອງຈິດໃຕ້ສຳນຶກແລະເປັນຕົວຈັດການວິທີການຫາເງິນໃຊ້ເງິນແລະເກັບເງິນຂອງຕົວເຮົາໂດຍທີ່ເຮົາບໍ່ຮູ້ຕົວ.ເຖິງວ່າເຈົ້າຈະເປັນຄົນທີ່ມີຄວາມຮູ້ທາງດ້ານການຕະຫລາດເກັ່ງດ້ານການບໍລິຫານງານ ເປັນຜູ້ເຈລະຈາທີ່ດີແລະອື່ນໆເຈົ້າກໍບໍ່ສາມາດມີເງິນເປັນກອບເປັນກຳໄດ້ຫລືຖ້າມີກໍຈະເສຍເງິນກ້ອນນັ້ນໄປ ຖ້າແຜນຜັງການເງິນຂອງເຈົ້າບໍ່ໄດ້ຖືກກຳນົດມາໃຫ້ປະສົບຜົນສຳເລັດທາງດ້ານການເງິນແຕ່ຂ່າວດີເຮົາສາມາດປັບປ່ຽນແຜນຜັງການເງິນຂອງເຮົາໄດ້.

ເນື້ອຫາໃນໜັງສື...
ຄົນຈົນເຊື່ອວ່າ ຊະຕາຊີວິດຖືກລິຄິດໄວ້ແລ້ວ ເຈົ້າຕ້ອງເຊື່ອວ່າເຈົ້າສາມາດປະສົບຜົນເລັດໄດ້ໂດຍຕົວເຈົ້າເອງເພາະຊີວິດເຮົາເປັນໄປຕາມຄວາມເຊື່ອ ຂອງເຮົາສັດທາເທົ່ານັ້ນທີ່ຈະນຳຄວາມສຳເລັດມາສູ່ຕົວເຮົາ
2.ຄົນລວຍທຸ້ມເທເພື່ອຄວາມລວຍ ຄົນທຳມະດາພຽງຢາກລວຍ
ຄົນລວຍເຕັມໃຈ ທີ່ຈະລົງເຫື່ອລົງແຮງ ເພື່ອຄວາມສຳເລັດ ແລະ ຄວາມຮັ່ງມີຢ່າງເກີນຂີດຈຳກັດທັງພະລັງກາຍ ພະລັງໃຈ ແຕ່ຄົນຈົນພຽງຝັນລົມໆແລ້ງໆວ່າ ຈະລວຍ
3. ຄົນລວຍຄິດການໃຫຍ່ ຄົນທຳມະດາຄິດການນ້ອຍ
ຄົນລວຍມີຄວາມຄິດທີ່ກວ້າງໄກ ແລະ ຍິ່ງໃຫຍ່ ເຂົາຄິດເຫັນໂຄງການໃຫຍ່ໆລະດັບໂລກ ແຕ່ຄົນຈົນຄິດແຕ່ວ່າພໍຢູ່ພໍກິນກໍພໍແລ້ວ
4. ຄົນລວຍໃຫ້ຄວາມສົນໃຈໄປທີ່ໂອກາດ ຄົນທຳມະດາໃຫ້ຄວາມສົນໃຈໄປທີ່ອຸປະສັກ ຄົນລວຍແນມເຫັນແຕ່ໂອກາດທີ່ຈະສ້າງຄວາມຮັ່ງມີ ເຂົາແນມດ້ວຍປັນຍາ ບໍ່ແມ່ນວ່າເຂົາບໍ່ມີອຸປະສັກ ແຕ່ເຂົາແນມອຸປະສັກໃຫ້ເປັນໂອກາດທີ່ຈະສ້າງຄວາມຮັ່ງມີໃຫ້ຕົນເອງ ສ່ວນຄົນທຳມະດາເຫັນອູປະສັກນ້ອຍໆກໍທໍ້ໃຈແລະກໍຢຸດເຮັດ ໃຫ້ອູປະສັກເປັນຕົວຢຸດຢັ້ງຕົວເອງ
5. ຄົນລວຍຊື່ນຊົມຜູ້ຮັ່ງມີແລະປະສົບຜົນສຳເລັດຄົນອື່ນໆ ຄົນທຳມະດາຊັງຜູ້ທີ່ຮັ່ງມີແລະປະສົບຜົນສຳເລັດ
ຄົນລວຍຍິນດີແລະດີໃຈທີ່ເຫັນຄົນອື່ນຮັ່ງມີແລະປະສົບຜົນສຳເລັດແລ້ວເອົາເປັນແບບຢ່າງຄົນຈົນອິດສາບັງບຽດຄົນລວຍເຂົາຫາວ່າຄົນລວຍປຸ້ນເງິນຈາກຜູ້ທຸກຍາກ
6. ຄົນລວຍຄົບຫາສະມາຄົມກັບຄົນທີ່ແນມໂລກໃນແງ່ດີ ແລະ ປະສົບຄວາມມສຳເລັດ ຄົນທຳມະດາຢູ່ແຕ່ກັບຄົນທີ່ແນມໂລກໃນແງ່ຮ້າຍ ແລະ ບໍ່ປະສົບຜົນສຳເລັດ
ຄົນລວຍມີຫມູ່ລວຍແລະຢູູ່ແຕ່ກັບຄົນທີ່ປະສົບຄວາມສຳເລັດເພື່ອແລະປ່ຽນແນວຄິດທາງທຸລະກິດເພື່ອນຳໄປຕໍ່ຍອດສ່ວນຄົນຈົນຢູ່ແຕ່ກັບຄົນທີ່ລົ້ມເຫຼວແລະ ແນມໂຕເອງວ່າບໍ່ມີຫຍັງເລີຍ
7. ຄົນລວຍເຕັມໃຈນຳສະເໜີຕົນເອງແລະຄຸນຄ່າຂອງຕົນເອງ ຄົນທຳມະດາແນມໂຄສະນາແລະການຂາຍໃນແງ່ລົບ
ຄົນລວຍພ້ອມທີ່ຈະນຳສະເໜີຕົນເອງໃຫ້ຄົນອື່ນໄດ້ຮູ້ເຖິງຄວາມສາມາດຂອງເຂົາ ແລະ ສິນຄ້າຂອງເຂົາຢ່າງເຕັມໃຈ ຄົນຈົນ ແນມການຂາຍເປັນເລື່ອງຫຼອກລວງ ທັງໆທີ່ເຂົາກໍຊື້ຢູ່ທຸກມື້
8. ຄົນລວຍແນມບັນຫາເປັນເລື່ອງນ້ອຍ ຄົນທຳມະດາແນມບັນຫາເປັນເລື່ອງໃຫຍ່
ຄົນລວຍບໍ່ແມ່ນບໍ່ມີບັນຫາແຕ່ເຂົາແນມວ່າບັນຫາເປັນເລື່ອງທຳມະດາໃນການເຮັດທຸລະກິດ ແລະ ເຂົາກໍຫາຫົນທາງແກ້ໄຂ ແລະ ເອົາຄວາມສົນໃຈໄປທີ່ໂອກາດຫຼາຍກວ່າ ສ່ວນຄົນຈົນ ຄິດເຖິງບັນຫາເປັນສິ່ງທຳອິດແລະກໍມີຄວາມກັງວົນຕໍ່ກັບບັນຫາເຊິ່ງກໍເຮັດໃຫ້ເຂົາລົ້ມເຫຼວໃນທີ່ສດ
9. ຄົນລວຍເລືອກຮັບເງິນຕາມຜົນງານ ຄົນທຳມະດາເລືອກຮັບເງິນຕາມເວລາທີ່ເຮັດວຽກ
ຄົນລວຍມີຄວາມໝັ້ນໃຈທີ່ຈະເອີ້ນຮັບເງິນຕາມຜົນການເຮັດວຽກຂອງຕົນ ເຊິ່ງຄິດເປັນເປີເຊັນຂອງມູນຄ່າການເຮັດວຽກ ສ່ວນຄົນຈົນມັກຮັບເງິນເປັນລາຍມື້ ລາຍເດືອນ ເຊິ່ງກໍແມ່ນນາຍຈ້າງເປັນຜູ້ກຳນົດ ເຮັດຫຼາຍສ່ຳໃດກໍໄດ້ສ່ຳເກົ່າ
10. ຄົນລວຍເລືອກທັງສອງທາງ ຄົນທຳມະດາເລືອກທາງໃດທາງທາງໜຶ່ງ
ຄົນລວຍມີວິທີການທີ່ຈະໄດ້ທັງສອງທາງເຊັ່ນວ່າເຂົາສາມາດມີຄວາມສູກສະບາຍພ້ອມໆກັບການຫາເງິນໄດ້ ສ່ວນຄົນຈົນຕ້ອງເລືອກລະຫວ່າງເງິນກັບຄວາມສຸກ
11. ຄົນລວຍສົນໃຈມູນຄ່າຊັບສິນ ຄົນຈົນສົນໃຈລາຍໄດ້ຈາກການເຮັດວຽກ
ຄົນລວຍສະສົມແຕ່ຊັບສິນທີ່ມີມູນຄ່າເພີ່ມຕະຫຼອດເວລາ ສ່ວນຄົນຈົນສົນໃຈແຕ່ລາຍໄດ້ທີ່ເຮັດວຽກແລ້ວກໍນຳໄປຊື້ໜີ້ສິນທີ່ເຂົາຄິດວ່າເປັນຊັບສິນ
12. ຄົນລວຍໃຫ້ເງິນເຮັດວຽກເພື່ອຕົນເອງ ຄົນທຳມະດາເຮັດວຍກນັກເພື່ອໃຫ້ໄດ້ເງິນ
ຄົນລວຍເຮັດວຽກຫນັກແຕ່ໄລຍະທຳອິດສະສົມທຶນແລະນຳໄປລົງທຶນໃຫ້ເງິນເຮັດວຽກ ຄົນຈົນເຮັດວຽກໜັກຕະຫຼອດຊີວິດ ຫາເງິນໄດ້ກໍໃຊ້ຈົນຫມົດ
13. ຄົນລວຍກ້າວໄປຂ້າງໜ້າເຖິງຊິຄວາມຢ້ານ ຄົນທຳມະດາປ່ອຍໃຫ້ຄວາມຢ້ານຢຸດຢັ້ງຕົວເອງ
ຄົນລວຍເຂົາຈັດການກັບຄວາມຢ້ານແລະກໍກ້າວຜ່ານມັນໄດ້ແລະກໍໄດ້ຮັບໄຊຊະນະ ສ່ວນຄົນຈົນເມື່ອເກີດຄວາມຢ້ານພວກເຂົາກໍຖອຍຫຼັງທັນທີ
14. ຄົນລວຍຮຽນຮູ້ແລະເຕີບໂຕຕະຫຼອດເວລາ ຄົນທຳມະດາຄິດວ່າຕົວເອງຮູ້ຢູ່ແລ້ວ ການສຶກສາບໍ່ໄດ້ຢູ່ແຕ່ໃນໂຮງຮຽນຄົນລວຍຄິດແບບນັ້ນພວກເຂົາອ່ານໜັງສືສຶກສາຮຽນຮູ້ຈາກປະສົບການຂອງຜູ້ອື່ນແລະກໍຂອງຕົນເອງ ສ່ວນຄົນຈົນນະເບາະ ພວກເຂົາກໍອ່ານໃດ ອ່ານແຕ່ປຶ້ມໃຫ້ຄວາມບັນເທີງຫະໜາ
ມາຮອດນີ້ກໍຂໍຂອບໃຈທ່ານຜູ້ຊົມທັງຫຼາຍທີ່ສະລະເວລາອັນມີຄ່າຂອງທ່ານມາອ່ານບົດຄວາມນີ້ ຂ້າພະເຈົ້າຫວັເປັນຢ່າງຍິ່ງວ່າມັນອາດຈະຊ່ວຍທ່ານໄດ້ໃນເລື່ອງການເງິນບົດຄວາມນີ້ກໍເປັນບົດຄວາມສັ້ນໆທີ່ທາງແອັດມິນນຳມາຝາກໂອກາດຫນ້າຈະຂຽນບົດຄວາມດີມີສາລະ
ເພື່ອເສີມສ້າງຄວາມຮູ້ໃຫ້ແກ່ທູກໆທ່ານ ຫາກທ່ານໃດສົນໃຈເນື້ອຫາເຕັມຂອງຫນັງສື ກໍໄປຫາຊື້ໄດ້ຕາມຮ້ານຂາຍປຶ້ມເດີ
ความคิดเห็น
แสดงความคิดเห็น